วันอาทิตย์ที่ 22 มกราคม พ.ศ. 2555

ຂ່າວຊ່ວງເຮືອ ມິດຕະພາບລາວ-ກຳປູເຈັຍ

ເຊີນທ່ຽວຊົມມິດຕະພາບລາວ-ກຳປູເຈັຍ, ເປັນມະຫາກັມລະດັບສອງຊາດລາວ ທີ່ມີມາດົນນານ ແຕ່ກ່ອນເປັນການຊ່ວງເຮືອລະຫວ່າງລາວກັບລາວ ປີ ໑໙໔໑ ດິນດອນຕອນນີ້ ຖືກລົງໄປໃຫ້ຂະເໝນ ພ້ອມໆກັບສຍາມສົ່ງຈຳປາສັກໃຫ້ລາວ, ຈົນມາຮອດປີ ໑໙໗໓ ການຊ່ວງເຮືອກໍຖືກຍົກເລີກ ມາພື້ນຟູອີກຄັ້ງໜຶ່ງ ປີ ໑໙໘໓-໑໙໘໕ ແລ້ວກໍຖືກຍົກເລີກໄປອີກ ຈົນມາຮອດປີ ໒໐໑໐ ທາງການແຂວງຈຳປາສັກ-ກັບແຂວງພະວິຫານ ກໍມາເລີ່ມກັນອີກຄັ້ງ ໂດຍໃຫ້ເມືອງໂຂງ ກັບເມືອງແສບເປັນເຈົ້າການ
ເປັນມະຫາກັມຄັ້ງຍິ່ງໃຫຍ່ ເພາະເຫັນວ່າປີ ໒໐໑໑ ຜ່ານມາລາວເປັນເຈົ້າພາບຄົນມາກມາຍກ່າຍກອງ
ການເດີນທາງເຂົ້າສູ່ງານເປັນດັ່ງນີ້
ກ. ຈາກວຽງຈັນ
- ທາງຍົນ: 
໑. ລົງຍົນປາກເຊ ນັ່ງລົດໂດຍສານທີ່ສະຖານີລົດຫຼັກ ໘ ໄປດອນໂຂງ ເຖິງເມືອງແສນ ຂ້າມດອນຂະເໝົາໂດຍເຮືອຈ້າງ. 
- ທາງລົດ:
໑. ຂີ່ລົດໂດຍສານ ຈາກວຽງຈັນ ຕໍ່ປາກລົດປາກເຊ ທີ່ຄິວລົດຫຼັກ ໘ ຂຶ້ນລົດດອນໂຂງ ເຖິງເມືອງແສນ ຂ້າມດອນຂະເໝົາໂດຍເຮືອຈ້າງ. 
໒. ລົດສ່ວນຕົວ: ຂີ່ລົດມາເຖິງບ້ານເມືອງແສນ ຂ້າມໄປດອນຂະເໝົາ ຫາກຈະເອົາລົດໄປຝັ່ງຂະເໝນເລີຍກໍໄດ້.

ຂ. ຈາກໄທຍ​: ນັ່ງລົດມາທາງຊ່ອງເມັກຮອດປາກເຊ ສາມາດໄປຕາມເສັ້ນທາງຂໍ້ ກ ໄດ້ເລີຍ.
ຄ. ຈາກຫວຽດນາມ ມາທາງສະຫວັນ ແລະອັດຕະປືແລ້ວໄປດອນໂຂງ ຕາມເສັ້ນທາງໃນຂໍ້ ກ.
ງ. ມາທາງຂະເໝນໄດ້ ໓ ທາງ.
- ຈາກແຂວງຂຽງແຕງ ຜ່ານດ່ານລາວກຳປູເຈັຍ (ດົງກະລໍ) ມາ ໒໐ ກມ, ເຖິງເວີນຂາວຂ້າມໃສ່ດອນໂຂງ ແລ້ວໄປເມືອງແສນ.
- ຈາກຊຽງແຕງ ຂ້າມເຮືອບັກທີ່ຊຽງແຕງໃສ່ເມືອງທະລາບໍຣິວັດ ຂີ່ລົດຕາມຖະໜົນມາຍັງບ້ານທ່າເປືອຍ ໖໗ ກມ.
- ຈາກສຽມຮຽບ ຂີ່ລົດຕາມຖະໜົນຢາງມາຍັງເມືອງແສບ ອອກໃສ່ຕາແບງມີໄຊ ກໍເຂົ້າໃສ່ທ່າເປືອຍ ຕາມເສັ້ນທາງໃໝ່.
(ໝາຍເຫດ: ຖນົນຈາກເມືອງທະລາມາຍັງບ້ານທ່ານເປືອຍ ກັບຖະໜົນຈາກເມືອງທະລາມາຍັງທ່າເປືອຍຖະໜົນດິນ ແດງ ແຕ່ສະພາບດີ) 
- ສະຖານທີ່ທ່ອງທ່ຽວ ຄື ໄປເບິ່ງຄອນລີ່ຜີ ສົມພະມິດທາງຝັ່ງຂະເໝນ.