วันอาทิตย์ที่ 22 มกราคม พ.ศ. 2555

ຂ່າວຊ່ວງເຮືອ ມິດຕະພາບລາວ-ກຳປູເຈັຍ

ເຊີນທ່ຽວຊົມມິດຕະພາບລາວ-ກຳປູເຈັຍ, ເປັນມະຫາກັມລະດັບສອງຊາດລາວ ທີ່ມີມາດົນນານ ແຕ່ກ່ອນເປັນການຊ່ວງເຮືອລະຫວ່າງລາວກັບລາວ ປີ ໑໙໔໑ ດິນດອນຕອນນີ້ ຖືກລົງໄປໃຫ້ຂະເໝນ ພ້ອມໆກັບສຍາມສົ່ງຈຳປາສັກໃຫ້ລາວ, ຈົນມາຮອດປີ ໑໙໗໓ ການຊ່ວງເຮືອກໍຖືກຍົກເລີກ ມາພື້ນຟູອີກຄັ້ງໜຶ່ງ ປີ ໑໙໘໓-໑໙໘໕ ແລ້ວກໍຖືກຍົກເລີກໄປອີກ ຈົນມາຮອດປີ ໒໐໑໐ ທາງການແຂວງຈຳປາສັກ-ກັບແຂວງພະວິຫານ ກໍມາເລີ່ມກັນອີກຄັ້ງ ໂດຍໃຫ້ເມືອງໂຂງ ກັບເມືອງແສບເປັນເຈົ້າການ
ເປັນມະຫາກັມຄັ້ງຍິ່ງໃຫຍ່ ເພາະເຫັນວ່າປີ ໒໐໑໑ ຜ່ານມາລາວເປັນເຈົ້າພາບຄົນມາກມາຍກ່າຍກອງ
ການເດີນທາງເຂົ້າສູ່ງານເປັນດັ່ງນີ້
ກ. ຈາກວຽງຈັນ
- ທາງຍົນ: 
໑. ລົງຍົນປາກເຊ ນັ່ງລົດໂດຍສານທີ່ສະຖານີລົດຫຼັກ ໘ ໄປດອນໂຂງ ເຖິງເມືອງແສນ ຂ້າມດອນຂະເໝົາໂດຍເຮືອຈ້າງ. 
- ທາງລົດ:
໑. ຂີ່ລົດໂດຍສານ ຈາກວຽງຈັນ ຕໍ່ປາກລົດປາກເຊ ທີ່ຄິວລົດຫຼັກ ໘ ຂຶ້ນລົດດອນໂຂງ ເຖິງເມືອງແສນ ຂ້າມດອນຂະເໝົາໂດຍເຮືອຈ້າງ. 
໒. ລົດສ່ວນຕົວ: ຂີ່ລົດມາເຖິງບ້ານເມືອງແສນ ຂ້າມໄປດອນຂະເໝົາ ຫາກຈະເອົາລົດໄປຝັ່ງຂະເໝນເລີຍກໍໄດ້.

ຂ. ຈາກໄທຍ​: ນັ່ງລົດມາທາງຊ່ອງເມັກຮອດປາກເຊ ສາມາດໄປຕາມເສັ້ນທາງຂໍ້ ກ ໄດ້ເລີຍ.
ຄ. ຈາກຫວຽດນາມ ມາທາງສະຫວັນ ແລະອັດຕະປືແລ້ວໄປດອນໂຂງ ຕາມເສັ້ນທາງໃນຂໍ້ ກ.
ງ. ມາທາງຂະເໝນໄດ້ ໓ ທາງ.
- ຈາກແຂວງຂຽງແຕງ ຜ່ານດ່ານລາວກຳປູເຈັຍ (ດົງກະລໍ) ມາ ໒໐ ກມ, ເຖິງເວີນຂາວຂ້າມໃສ່ດອນໂຂງ ແລ້ວໄປເມືອງແສນ.
- ຈາກຊຽງແຕງ ຂ້າມເຮືອບັກທີ່ຊຽງແຕງໃສ່ເມືອງທະລາບໍຣິວັດ ຂີ່ລົດຕາມຖະໜົນມາຍັງບ້ານທ່າເປືອຍ ໖໗ ກມ.
- ຈາກສຽມຮຽບ ຂີ່ລົດຕາມຖະໜົນຢາງມາຍັງເມືອງແສບ ອອກໃສ່ຕາແບງມີໄຊ ກໍເຂົ້າໃສ່ທ່າເປືອຍ ຕາມເສັ້ນທາງໃໝ່.
(ໝາຍເຫດ: ຖນົນຈາກເມືອງທະລາມາຍັງບ້ານທ່ານເປືອຍ ກັບຖະໜົນຈາກເມືອງທະລາມາຍັງທ່າເປືອຍຖະໜົນດິນ ແດງ ແຕ່ສະພາບດີ) 
- ສະຖານທີ່ທ່ອງທ່ຽວ ຄື ໄປເບິ່ງຄອນລີ່ຜີ ສົມພະມິດທາງຝັ່ງຂະເໝນ.





วันพฤหัสบดีที่ 8 ธันวาคม พ.ศ. 2554

ໃບ​ຂ່າວ​ບຸນ​ຊາ​ປະ​ນະ​ກິດ​ສົບ​ພຣະອາຈາຣຍ໌ ພໍ່ປັ່ນ ຈັນທະ​ບູນ


ໃບຂ່າວບຸນຊາປະນະກິດສົບພຣະອາຈາຣຍ໌ ພໍ່ປັ່ນ ຈັນທະບູນ
ອາດຕະມາພຣະອາຈາຣຍ໌ອຸປັດຊາແປງແກ້ວໜູຈັນເຈົ້າອາວາດວັດບ້ານຖິ່ນແທ່ນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ( ກຸ່ມ06 ​ເຂດທ່າພຣະ ) ພ້ອມດ້ວຍນາຍບ້ານ ບ້ານຖິ່ນແທ່ນແນວໂຮມບ້ານ ສະຫະພັນບ້ານ ຊາວໜຸ່ມຍິງຊາຍ ພ້ອມດ້ວຍອົງການຈັດຕັ້ງທຸກພາກສ່ວນພາຍໃນບ້ານແລະອອກຕົນຍາດໂຍມທຸກທົ່ວໜ້າ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງອອກຕົນຍາດໂຍມສິດສານຸສິດທັງຫຼາຍທີ່ຢູ່ໃກ້ແລະໄກຊາບທົ່ວເຖິງກັນວ່າ ພຣະອາຈາຣຍ໌ພໍ່ປັ່ນ ຈັນທະບູນ ອະດີດເຈົ້າອະທິການວັດບ້ານຖິ່ນແທ່ນໄດ້ມໍລະນະພາບໃນວັດທີ 04/12/2011 ​ເວລາ 2 ​ໂມງເຊົ້າ ທ່າມກາງຄວາມເສົ້າສະຫຼົດໃຈຂອງອອກຕົນຍາດໂຍມທຸກທົ່ວໜ້າ ພຣະອາຈາຣຍ໌ ພໍ່ປັ່ນ ຈັນທະບູນເກີດເມື່ອວັນທີ 09/10/1926 ມໍລະນະພາບວັນທີ 04/12/2011 ລວມອາຍຸໄດ້ 85 ປີ ລວມອາຍຸບວດ 10 ພັນສາ.
ລາຍລະອຽດໃນງານບຸນ
Ø  ວັນທີ 17/12/2011 ​ເວລາ 2​ ໂມງແລງເປັນພິທີເຄື່ອນຍ້າຍສົບອອກສູ່ຫໍພະເມມ
-      ເວລາ 3 ​ໂມງແລງ ວາງດອກໄມ້ທູບທຽນທຳພິທີສັກກະລະບູຊາ
-      ເວລາ 8 ​ໂມງແລງ ຖວາຍພຣະເພິງສົບ (ທີ່ເດີນໂຮງຮຽນປະຖົມບ້ານຖິ່ນແທ່ນ)
Ø  ວັນທີ 18-19 /12/2011 ​ເປັນມື້ປະດັບປະດາເຄື່ອງກອງບຸນເຄື່ອງໃຫ້ທານເວລາ 6 ​ໂມງ​​ແລງ ສູດປະຣິດຕະມຸງຄຸນ
Ø  ວັນທີ 20/12/2011 ​ເປັນມື້ຕັກບາດຖວາຍເຄື່ອງສັງຄະທານແດ່ພຣະສົງ 09 ອົງ
ດັ່ງນັ້ນ ຈິ່ງຂໍເຊີນຊວນພຸດທະບໍລິສັດຜູ້ໃຈບຸນໃຈກຸສົນທັງຫຼາຍ ມາຮ່ວມເປັນເຈົ້າພາບເຈົ້າສັດທາໃນງານບຸນຊາປະນະກິດສົບຂອງ ພຣະອາຈາຣຍ໌ ພໍ່ປັ່ນ ຈັນທະບູນ ດອມຝູງຂ້າດ້ວຍຂໍຄວາມສຸກສົມຫວັງຈົ່ງເກີດມີແກ່ທ່ານ ດ້ວຍອາຍຸ ວັນນະ ສຸຂະ ພາລະເທີ້ນ.

ຄະນະປະທານຈັດງານຊາປະນະກິດສົບ(ຝ່າຍສົງ)
໑. ພຣະອາຈານສົມພົງ ເມດຕະຈິດໂຕ ປະທານ ອ.ພ.ສ ເມືອງຫາດຊາຍຟອງ ເປັນປະທານ.
໒. ພຣະອາຈານອຸປັດຊາແປງ ແກ້ວໜູຈັນ ປະທານ ອ.ພ.ສ ເຂດ ໖ ເປັນຮອງ.
໓. ພຣະອາຈານເນືອງພິລັກໂຊຕິທອນເຈົ້າອະທິການວັດວຽງຈະເລີເປັນຄະນະ.
໔. ພຣະອາຈານສີຈັນ ສຸກຈະເລີນ ວັດວຽງຈະເລີນ ເປັນຄະນະ
໕. ພຣະອາຈານແຂກ ເຈົ້າອະທິການວັດຖິ່ນແຖ່ນ ເປັນຄະນະ.
໖. ພຣະອາຈານສຸພາສິດ ແກ້ວຄ່າດີ ວັດວຽງຈະເລີນ ເປັນຄະນະ.
໗. ພຣະອຈານພໍ່ຄຳແຍງ ເປັນຄະນະ
໘. ພຣະອາຈານພໍ່ກັນຫາ ເປັນຄະນະ
໙. ພຣະອາຈານພໍ່ແພງຕາ ເປັນຄະນະ.
໑໐. ພຣະອາຈານຄຳດີ ເປັນຄະນະ
໑໑. ພຣະອາຈານຊ້າງ ເປັນຄະນະ
໑໒. ພຣະຍຸ້ນ ແກ້ວບຸນມີ ເປັນຄະນະ.


ຄະນະປະທານກິດຕິມະສັກ ຈັດງານຊາປະນະກິດສົບຝ່າຍຄະຫັດ.
໑. ທ່່ານແກ່ນ ວໍລະສານ ຮອງເຈົ້າເມືອງຫາດຊາຍຟອງ ເປັນປະທານ.
໒. ທ່ານໜູໄຊ ໄກມະນີວົງ ແນວລາວສ້າງຊາດເມືອງ ເປັນຮອງປະທານ.
໓. ທ່ານທ່ານບຸນຍັງ ລັດຕະນະພັນ ວັດທະນະທຳເມືອງເປັນຄະນະ

ຄະນະປະທານຈັດງານສົບ.
໑. ທ່ານແລວຄຳເລຂາພັກບ້ານ ​            ເປັນປະທານ
໒. ທ່ານເຖົາວັນ ຮອງເລຂາພັກບ້ານ                  ຮອງ