วันจันทร์ที่ 26 กันยายน พ.ศ. 2554

ຂ່າວບຸນມະຫາກະຖິນສະມັກຄີ (ວັດວຽງຈະເຣີນ) ປິ ພສ. ໒໕໕໔

ໃບດີກາຂ່າວ
---

ວຸດທິທັມຄຳຝູງຂ້າພາຍໃນມີພຣະອາຈານເນືອງພິລັກ ໂຊຕິທອນ ເປັນເຄົ້າ (ເຈົ້າອະທິການວັດ) ພ້ອມດ້ວຍ ພຣະສົງສາມະເນນພາຍໃນວັດ ບ້ານວຽງຈະເລີນເປັນເຄົ້າ, ພາຍນອກມີອຳນາດການ ປົກຄອງເຖົ້າ ແກ່ແນວໂຮມ, ອົງການຈັດຕັ້ງມະຫາຊົນ, ທຸກພາກສ່ວນ ບໍ່ແມ່ປະຊາຊົນ ບ້ານວຽງ ຈະເລີນ ແລະປະຊາຊົນທີ່ມີ ຈິດໃນສັດທາໃນພຣະພຸດທະສາສະໜາ ໄດ້ພ້ອມພຽງກັນຕັ້ງ ກອງຜ້າ ມະຫາກະຖີນສາ ມັກຄີຂຶ້ນ ໑ ກອງ.
ຢູ່ທີ່ວັດວຽງຈະເລີນ (ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ) ເພື່ອຣະດົມທືນສົມທົບ "ສືບຕໍ່ກໍ່ສ້າງສາລາໂຮງທັມ"
ດັ່ງນັ້ນ, ພວກຂ້າພະເຈົ້າຈຶ່ງແຈ້ງຂ່າວບຸນກຸສົນນີ້ມາຍັງຜູ້ຈິດໃຈໃສສັດທາທັງຫຼາຍ ເຂົ້າຮ່ວມໂມທະ ນາເປັນເຈົ້າພາບ ເປັນເຈົ້າສັດທານຳຝູງຂ້າທັງຫຼາຍດ້ວຍເທີ້ນ.

ລາຍລະອຽດກຳນົດວັນເວລາ ແລະຄະນະກັມມະການຈັດງານບຸນ
ໃນຄັ້ງນີ້ມີດັ່ງລຸ່ມນີ້.
- ວັນສຸກ, ວັນທີ ໒໑/໑໐/໒໐໑໑ ກົງກັບມື້ແຮມ ໙ ຄ່ຳ ເດືອນ ໑໑ ພ.ສ ໒໕໕໔ ເປັນມື້ຕັ້ງກອງຜ້າມະຫາກະຖີນ ສາມັກຄີ ທີ່ວັດວຽງຈະເຣີນ ເວລາ ໕ ໂມງແລງ(໑໗:໐໐ ໂມງ) ສູດມຸງຄຸນ ແລະຟັງລົດສາທັມມະເທສະໜາ.
- ວັນເສົາ, ວັນທີ ໒໒/໑໐/໒໐໑໑ ກົງກັບມື້ແຮມ ໑໐ ຄໍ່າ, ເດືອນ ໑໑ ພ.ສ ໒໕໕໔, ເວລາ ໐໗:໓໐ ໂມງ ພິທີໃສ່ ບາດ ຖວາຍເຄື່ອງໄຊຍະທານ ຫຼັງຈາກນັ້ນເວລາ ໐໙:໓໐ ໂມງ, ເຈົ້າພາບເຈົ້າສັດທາທັງຫຼາຍພ້ອມກັນຖວາຍຜ້າ ມາຫາກະຖິນເປັນອັນຈົບພິທີ.

ຄະນະປະທານທີ່ປຶກສາ(ຝ່າຍສົງ)
໑.ພຣະອາຈານເນືອງພິລັກ ໂຊຕິທອນ 
໒.ພຣະອາຈານວັດທະນາ ດາຣາສົມບັດ (ວັດທາດຫຼວງ)
໓.ພຣະອາຈານເສີມ ແກ້ວທະນູສີນ (ວັດບ້ານໂຊກໃຫຍ່)
໔.ພຣະອາຈານພຸດທະສອນ ອ່ອນວົງສາ (ວັດນາໄຊ)

ຄະນະປະທານທີ່ປຶກສາກິດຕິມະສັກ
໑. ຄອບຄົວທ່ານ ດຣ. ພັນຄຳ+ຍານາງສີຈັນ ວິພາວັນ.
໒. ຄອບຄົວທ່ານສຸກັນ+ຍານາງມະນີວັນ ມະຫາລາດ
໓. ຄອບຄົວຍາແມ່ບຸນເພັງ ມູນໂພໄຊ.
໔. ຄອບຄົວທ່ານ ສຈ.ດຣ ສົມກົດ+ຍານາງຈັນທອນ ສິນບັນດິດ
໕. ຄອບຄົວທ່ານພູເພັດ+ຍານາງດາວັນ ຄຳພູນວົງ
໖. ຄອບຄົວທ່ານນູລິນ+ຍານາງສາຍສະຫວັນ ສິນບັນດິດ
໗. ຄອບຄົວທ່ານບຸນຈັນ+ຍານາງວົງໄຊ ສິນທະວົງ
໘. ຄອບຄົວທ່ານ ດຣ.ບຸນກອງ+ຍານາງບົວຄຳສີ ຫາວົງ.
໙. ຄອບຄົວທ່ານຄຳພັນ ມາລາບັນດິດ+ນາງບົວວຽງ ເພັດພະລານຄຳ 
ຄະນະປະທານຝ່າຍຄະຣາວາດ(ຝ່າຍຮັບ)
ຄະນະປົກຄອງບ້ານວຽງຈະເຣີນ
ອົງການຈັດຕັ້ງມະຫາຊົນບ້ານວຽງຈະເຣີນ
ຄະນະກຳມະການ ແລະເຈົ້າສັດທາ ຈັດງານບຸນຜ້າມະຫາກະຖິນ
໑. ຄອບຄົວທ່ານຄຳພັນ ມາລາບັນດິດ + ນາງບົວວຽງ ເພັດພະລານຄຳ (ບ/ສ ເພັດບັນດິດກໍ່ສ້າງຂົວທາງ)
໒. ຄອບຄົວທ່ານພິສິດ+ນາງນິດາ ປັນຍາດິດ (ບ/ສ ດາວເຮືອງ ກຣຸບ)
໓. ຄອບຄົວທ່ານຄຳເພີງ+ນາງດາລາ ທອງສະບາ (ບ/ສ ນຳ້ທາກໍ່ສ້າງຂົວທາງ)
໔. ທ່ານນາງສຸດສະດີ ລືໄຊ (ບ/ສ ລືໄຊ ພັດທະນາ ກຣຸບ)
໕. ຄອບຄົວ ທ່ານເພັດສະໝອນ ເພັງສະຫວັດ (ບ/ສ ເພັດຖາວອນ ກໍ່ສ້າງເຄຫາ-ຂົວທາງ)
໖. ຄອບຄົວທ່ານສຸນທອນ+ນາງດາວອນ ຄຳມະນີວົງ (ຮ້ານຂາຍລົດດາວອນ ໑໙໙໙)
໗. ຄອບຄົວທ່ານທອງລີ+ນາງວັນເພັງ ສີສຸລິດ
໘. ຄອບຄົວທ່ານພຸ່ງພະຈັນ+ນາງຜ່ອງໄພລິນ ແສງມີໄຊ (ບ/ສ ພີພີຊີ ສຳຫຼວດອອກແບບ ແລະກໍ່ສ້າງ)
໙. ຄອບຕົວທ່ານສິນທະວອນ+ນາງກາຍະຈິດ ດາລາວົງ (ບ/ສ ດາວພວນ ສຳຫຼວດອອກແບບກໍ່ສ້າງ)
໑໐. ຄອບຄົວທ່ານສົມສະໜຸກ+ນາງສຸດສາຄອນ ສຸກຖາວອນ (ຮ້ານກາເຟດາວເຮືອງ ໜອງສະພັງເລນ)
໑໑. ຄອບຄົວທ່ານທັນທີ+ນາງບຸນຕ້ອຍ ທຸມພາວັນ (ບ/ສ ທະວີຊັບ ກໍ່ສ້າງຂົວທາງ)
໑໒. ຄອບຄົວທ່ານທະນົງໄຊ+ນາງວຽງວັນ ພວງລາຊາ (ບ/ສ ໄຊຈະເລີນຊັບ ກໍ່ສ້າງເຄຫາ)
໑໓. ຄອບຄົວທ່ານສົມເພັດ+ນາງວັນໂນລາ ມ້າວປະເສີດ (ບ/ສ ອາຣີສຳຫຼວດອອກແບບແລະກໍ່ສ້າງ)
໑໔. ຄອບຄົວທ່ານພູສົມພັນ+ນາງເດືອນດາລາ ສຸດທິຈັກ (ຮ້ານກິດຈະເຣີນຈຳໜ່ວຍວັດສະດຸກໍ່ສ້າງ)
໑໕. ຄອບຄົວທ່ານບົວຜັນ+ນາງຄຳພຸດ ວົງຂັນຕີ (ບ/ສ ໂສພາວັນຈຳໜ່າຍວັດສະດຸກໍ່ສ້າງ)
໑໖. ຄອບຄົວທ່ານນາງຄຳຮັກ (ໂຮງງານເຫຼັກເສັ້ນຕົງຫຼຽນ ແລະຮ້ານຄຳຮັກຈຳໜ່າຍວັດສະດຸກໍ່ສ້າງ)
໑໗. ຄອບຄົວທ່ານສານພອນ ຄຳວີສອນ+ນາງພວງທອງ ສຸຍະວົງ.
໑໘. ຄອບຄົວທ່ານຜ່ອງສີ+ນາງບຸນທອນ ນວນີວົງ (ບ/ສ ນວນນີວົງ ຂາຍລົດທົ່ວໄປ ບ້ານທ່າງ່ອນ)
໑໙. ຄອບຄົວທ່ານຜຸດສະດີ+ນາງສີວັນ ນໍລະແສງ.
໒໐. ຄອບຄົວທ່ານວິໄລ ພຣົມມະລີນ (ຮ້ານຈຳໜ່າຍວັດສະດຸກໍ່ສ້າງບ້ານທ່າງ່ອນ)
໒໑. ຄອບຄົວທ່ານສີສຸກດາວເຮືອງ+ນາງສີສຸກ ໄຕປະດິດ.
໒໒. ຄອບຄົວ ທ່ານສອນໄຊ ພົນສຸກ+ນາງດວງນີວົງ (ຮ້ານມິນິມາກດວງມະນີ)
໒໓. ຄອບຄົວທ່ານຫຍຸຍຄຳ ຫຼວງສຸພຣົມ+ນາງພູລິວັນ ສີຫາເທບ (ບ/ສ NP ອີກິບເມັນ)
໒໔. ຄອບຄົວທ່ານວະຊຸນ+ນາງໝ້ວຍ ຂຸນນະເສນ.
໒໕. ຄອບຄົວທ່ານບຸນສະຫວັດ+ນາງນິພອນ ສະຫວັດຕຼີ
໒໖. ຄອບຄົວທ່ານພູມະໄລ+ນາງມະນີພອນ ໄຊສົມບັດ (ບ/ສ ພູໄຊ ພັດທະນາ ກຣຸບ)

------------
ທາງຄະນະເຈົ້າພາບຂໍອ່ວນພອນໄຊອັນປະເສີດ ສະຖາພອນ ຈົ່ງເກີດມີແກ່ທ່ານ ຜູ້ທີ່ຮ່ວມໂມທະນາຄັ້ງນີ້ ແລະຂໍໃຫ້ທ່ານຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ປາສະຈາກທຸກ ໂສກ ໂຣກ ໄພ ໃຫ້ມີຄວາມສຸກກາຍສະບາຍໃຈ ປະກອບດ້ວຍຈະຕຸຣະພອນໄຊ ສີ່ປະການຄື ອາຍຸ ວັນນະ ສຸຂະ ພະລະ ເທີ້ນ
ຈະເລີນພອນ
ດ້ວຍຄວາມນັບຖື
ປະທານຈັດງານຜ້າມະຫາກະຖິນສາມັກຄີ

ໝາຍເຫດ 
ແຈ້ງຂາວມາຍັງຍາດພີ່ນ້ອງ ແລະເຈົ້າມຸນລະສັດທາ ທັງໃກ້ ທັງໄກ ຈົ່ງຮ່ວມອະນຸໂມ ທະນາຜ້າມະຫາກະຖິນຄັ້ງນີ້ ໂດຍພ້ອມພຽງກັນເທີ້ນ.
- ກອງຜ້າມະຫາກະຖິນຄັ້ງນີ້ ຍັງມີເຈົ້າສັດທາຈາກເມືອງປະທຸມທານີ ປະເທດໄທຍ ຮ່ວມດ້ວຍ ນຳໂດຍພຣະອາຈານບຸນສີ. 
 



ไม่มีความคิดเห็น:

แสดงความคิดเห็น